ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 42 ມຸ່ງໄປເຖິງ “ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ພະລັງງານ”
ຕາມຂ່າວສານຊິນຮວາລາຍງານວັນທີ 11 ພຶດສະພາ ນີ້ວ່າ: ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 42 ຈັດຂຶ້ນຢູ່ ລາບົວ ບາໂຈ, ປະເທດອິນໂດເນເຊຍ,ເມື່ອວັນທີ 10 ພຶດສະພາ ນີ້.ໂດຍກອງປະ ຊຸມ ດັ່ງກ່າວໄດ້ມີ ການນຳບັນດາ ປະ ເທດ ໄດ້ສະແດງການສະໜັບ ສະໜູນ ແລະ ເນັ້ນໜັກເຖິງຄວາມໝາຍຍຸດທະສາດຂອງ ຫົວຂໍ້ “ພາກພື້ນ ອາຊຽນ ທີ່ມີຂອບຂະໜາດໃຫຍ່ຈຸດສຸມຂອງການເຕີບໂຕ”, ໃຫ້ຄຳໝັ້ນສັນຍາຍູ້ແຮງການເຊື່ອມໂຍງເສດຖະກິດ ອາຊຽນ, ເພີ່ມທະວີການຄ້າ ແລະ ການລົງທຶນພາຍໃນພາກພື້ນ, ຍົກສູງກຳລັງຄວາມສາມາດຮັບປະກັນສະຖຽນລະພາບດ້ານການເງິນ,ຄວາມໝັ້ນຄົງດ້ານສະບຽງອາຫານ, ຄວາມໝັ້ນຄົງ ດ້ານພະລັງງານ ການນຳບັນດາປະເທດໄດ້ຮັບຮອງເອົາບັນດາປັດໄຈຕົ້ນຕໍຂອງ “ວິໄສທັດປະຊາຄົມ ອາຊຽນ ພາຍຫຼັງປີ 2025”, ຄາດຄະເນອະນາຄົດຂອງປະ ຊາຄົມ ໃນ 20 ປີທີ່ຈະມາເຖິງ, ດ້ວຍເປົ້າໝາຍ, ຄວາມຄາດຫວັງພັດທະນາຢ່າງແຮງກວ່າ, ສົມກັບຂອບຂະໜາດຂອງ ອາຊຽນ. ຕໍ່ຈາກນັ້ນ, ການນຳບັນດາປະ ເທດໄດ້ຮັບຮອງເອົາເອກະສານກຳນົດທິດຮ່ວມມື ອາຊຽນ 10 ສະບັບ ໃນຫຼາຍຂົງເຂດ; ອອກຖະແຫຼງ ການກ່າວປະນາມການປຸກໂຈມຕີຄະນະປະ ຕິບັດງານ ຊ່ວຍເຫຼືອມະນຸດສະທຳ ຂອງ ອາຊຽນ ຢູ່ ມຽນມາ. ເຂົ້າຮ່ວມກອງປະຊຸມດັ່ງກ່າວ, ທ່ານ ຟ້າມມິງຈິງ ນາຍົກລັດຖະ ມົນຕີຫວຽດນາມ ກໍຍົກອອກ 3 ບັນ ຫາຫຼັກແຫຼ່ງທີ່ຕັດສິນສີສັນ, ຄຸນຄ່າ ແລະ ທີ່ຕັ້ງບົດບາດ ກໍຄື ອິດທິພົນຊື່ສຽງຂອງ ອາຊຽນ, ນັ້ນແມ່ນ: ຮັກສາເອກະລາດ, ເປັນເຈົ້າຍຸດທະສາດ ບືນຕົວຂຶ້ນຢ່າງ ກະໂດດຂັ້ນ ກາຍເປັນຈຸດສຸມຂອງການເຕີບໂຕ ແລະ ປັບຕົວຕໍ່ໜ້າການຜັນແປຈາກພາຍນອກ ໃຫ້ນັບມື້ນັບດີກວ່າເກົ່າ. ໃນສະພາບການເສດຖະກິດທົ່ວໂລກມີ ຄວາມສ່ຽງຊ້ອນແອບແຝງຫຼາຍຢ່າງ ແລະ ຂາດສະຖຽນລະພາບຄືໃນປັດຈຸບັນ, ເພື່ອຊຸກຍູ້ການຟື້ນຟູ ແລະ ພັດທະນາແບບຍືນຍົງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ເນັ້ນໜັກວ່າ: ການເປີດກວ້າງຕະຫຼາດພາຍໃນກຸ່ມ ແມ່ນຄຳຮຽກຮ້ອງທີ່ຈຳເປັນ ແລະ ຮີບດ່ວນ. ບົນພື້ນຖານນັ້ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ກໍສະເໜີໃຫ້ມານະພະຍາຍາມເຈລະຈາຍົກລະດັບສັນຍາການຄ້າກ່ຽວກັບສິນຄ້າ ອາຊຽນ, ຜັນຂະຫຍາຍບັນດາໂຄງການເຊື່ອມຕໍ່ພາກພື້ນ ນັບ ທັງລະບອບລະ ບຽບການ, ພື້ນຖານໂຄງລ່າງ ແລະ ມະນຸດຢ່າງຄົບຊຸດ ແລະ ຂ້ຽວຂາດ, ສ້າງບາດຫັນປ່ຽນໃໝ່ກ່ຽວກັບຄຸນ ນະພາບສະພາບແວດລ້ອມລົງ ທຶນ, ດຳເນີນທຸລະ ກິດ ແລະ ການ ທ່ອງທ່ຽວ. ພາຍຫຼັງວາລະໄຂກອງປະ ຊຸມ, ການນຳບັນດາປະເທດ ອາຊຽນ ໄດ້ສົນທະນາກັບຜູ້ຕາງໜ້າຂອງສະ ມັດຊາໃຫຍ່ ລັດຖະສະພາ ລະຫວ່າງ ອາຊຽນ, ຊາວໜຸ່ມ, ວິສາຫະກິດ ແລະ ກຸ່ມສະເພາະກິດຂັ້ນສູງກ່ຽວກັບວິໄສທັດ ອາຊຽນ ພາຍຫຼັງປີ 2025.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 15/05/2023